ມາກາເຣດ ແທດເຊີ

ມາກາເຣດ ແທດເຊີ

ມາກາເຣດ ແທດເຊີ (ອັງກິດ: Margaret Thatcher 13 ຕຸລາ 1925 – 8 ເມສາ 2013) ແມ່ນນາຍົກລັດຖະມົນຕີສະຫະລາຊະອານາຈັກໃນປີ 1979 ເຖິງ 1990 ແລະເຄີຍເປັນຫົວໜ້າພັກອະນຸລັກນິຍມໃນປີ 1975 ເຖິງ 1990 ນາຍົກລັດຖະມົນຕີອັງກິດທີ່ດຳລົງຕຳແໜ່ງຍາວທີ່ສຸດໃນສະ​ຕະ​ວັດ​ທີ່ 20 ນັກຂ່າວໂຊວຽດຂະໜານຊື່ຂອງນາງວ່າ "ຍິງເຫຼັກ" ຊື່ຫຼິ້ນທີ່ສຳພັນກັບການເມືອງແລະຮູບແບບການເປັນຜູ້ນຳທີ່ບໍ່ປະນີປະນອມຂອງນາງ ໃນຊ່ວງນາງເປັນນາຍົກລັດຖະມົນຕີ ນາງໃຊ້ນະໂຍບາຍທີ່ກາຍເປັນທີ່ຮູ້ຈັກໃນນາມ ລັດທິແທດເຊີ